Alisa Technologyບໍລິສັດ ອະລິສາ ເທັກໂນໂລຢີ ຈຳກັດຜູ້ດຽວบริษัท อลิสา เทคโนโลยี จำกัดผู้เดียวSole Co., Ltd · Vientiane

ໜ້າຫຼັກหน้าหลักHome / ບົດຄວາມบทความArticles

ມໍເຕີປະຕູมอเตอร์ประตูGate motors

ວິທີຄິດໄລ່ນ້ຳໜັກປະຕູເລື່ອນ ເພື່ອເລືອກມໍເຕີໃຫ້ພໍດີ (ມີເຄື່ອງຄິດໄລ່)วิธีคำนวณน้ำหนักประตูเลื่อน เพื่อเลือกมอเตอร์ให้พอดี (มีเครื่องคำนวณ)How to calculate sliding gate weight to choose the right motor (with calculator)

ຄວາມຍາວ, ຄວາມສູງ, ວັດສະດຸ ແລະ ສະພາບລາງ ແມ່ນ 4 ຢ່າງທີ່ກຳນົດວ່າມໍເຕີຕ້ອງຮັບນ້ຳໜັກເທົ່າໃດ. ຮຽນສູດງ່າຍໆ ພ້ອມຕົວຢ່າງ ແລະ ລອງຄິດໄລ່ປະຕູຂອງທ່ານເອງ.ความยาว ความสูง วัสดุ และสภาพราง คือ 4 อย่างที่กำหนดว่ามอเตอร์ต้องรับน้ำหนักเท่าไร เรียนสูตรง่ายๆ พร้อมตัวอย่าง และลองคำนวณประตูของคุณเองLength, height, material and track condition decide how much load a motor must handle. Learn the simple formula with examples, then try it on your own gate.

ມໍເຕີປະຕູທີ່ນ້ອຍເກີນໄປ ຈະເຮັດວຽກໜັກ, ຮ້ອນງ່າຍ ແລະ ໄໝ້ກ່ອນເວລາ. ມໍເຕີທີ່ໃຫຍ່ເກີນໄປ ກໍເສຍເງິນເກີນຄວາມຈຳເປັນ. ກ່ອນເລືອກມໍເຕີ ຈຶ່ງຄວນຮູ້ນ້ຳໜັກປະຕູໂດຍປະມານກ່ອນ.

ລອງຄິດໄລ່ປະຕູຂອງທ່ານ

ຄິດໄລ່ນ້ຳໜັກປະຕູຂອງທ່ານ
ນ້ຳໜັກທີ່ມໍເຕີຕ້ອງຮັບ–

ປະຕູຊີ່ຖີ່ ຫຼື ເຫຼັກໜາ? ໃຊ້ເຄື່ອງຄິດໄລ່ແບບລະອຽດ ↓

4 ຢ່າງທີ່ກຳນົດນ້ຳໜັກ

  • ຄວາມຍາວປະຕູ: ຍາວຂຶ້ນ ໜັກຂຶ້ນ
  • ຄວາມສູງປະຕູ: ຕົວເລກໃນຕາຕະລາງຄິດຈາກປະຕູສູງ 2 ແມັດ
  • ວັດສະດຸ: ສະແຕນເລດເບົາທີ່ສຸດ, ອະລູມິນຽມຫຼໍ່ ແລະ ປະຕູທີ່ມີໄມ້ ໜັກທີ່ສຸດ
  • ສະພາບລາງ ແລະ ລໍ້: ລາງຄົດ, ລໍ້ຂຶ້ນສະໜິມ ຫຼື ລູກປືນແຕກ ເຮັດໃຫ້ຍູ້ໜັກກວ່ານ້ຳໜັກແທ້

ນ້ຳໜັກໂດຍປະມານ ຕໍ່ຄວາມຍາວ 1 ແມັດ (ປະຕູສູງ 2 ແມັດ)

ວັດສະດຸປະຕູນ້ຳໜັກ ຕໍ່ແມັດ
ສະແຕນເລດປະມານ 75 kg
ເຫຼັກກ່ອງປະມານ 100 kg
ສະແຕນເລດ + ໄມ້ປະມານ 175 kg
ເຫຼັກກ່ອງ + ໄມ້ປະມານ 200 kg
ອະລູມິນຽມຫຼໍ່ປະມານ 225 kg

ຖ້າປະຕູສູງກວ່າ 2 ແມັດ ໃຫ້ຄູນເພີ່ມຕາມສ່ວນ. ຕົວຢ່າງ ປະຕູສູງ 3 ແມັດ ຄູນເພີ່ມ 1.5 (3 ÷ 2).

ສູດຄິດໄລ່

ນ້ຳໜັກທີ່ມໍເຕີຕ້ອງຮັບ = ຄວາມຍາວ × ນ້ຳໜັກຕໍ່ແມັດ × (ຄວາມສູງ ÷ 2) × ຄ່າຄວາມຝືດ

  • ຄ່າຄວາມຝືດ 1.25: ປະຕູໃໝ່ ລາງຊື່ ລໍ້ດີ
  • ຄ່າຄວາມຝືດ 1.5: ປະຕູເກົ່າ ໃຊ້ມາ 3 ປີຂຶ້ນໄປ ຫຼື ລາງ ແລະ ລໍ້ບໍ່ດີ

ຕົວຢ່າງ

ປະຕູການຄິດໄລ່ຜົນມໍເຕີທີ່ເໝາະ
ສະແຕນເລດ ຍາວ 6 ມ. ສູງ 2 ມ. ປະຕູໃໝ່6 × 75 × 1 × 1.25563 kgຊຸດ 800 kg (BS-C420)
ສະແຕນເລດ + ໄມ້ ຍາວ 6 ມ. ສູງ 2 ມ. ປະຕູໃໝ່6 × 175 × 1 × 1.251,313 kgຊຸດ 1,500 kg (BS-IZ 1500)
ເຫຼັກກ່ອງ + ໄມ້ ຍາວ 6 ມ. ສູງ 2 ມ. ປະຕູເກົ່າ6 × 200 × 1 × 1.51,800 kgຊຸດ 2,000 kg

ປະຕູຊີ່ຖີ່ ຫຼື ເຫຼັກໜາ: ຄິດໄລ່ຈາກເຫຼັກແທ້

ປະຕູແບບລາວທີ່ຊີ່ຖີ່ ແລະ ເຫຼັກໜາ ມັກໜັກກວ່າຕາຕະລາງ. ຖ້າຮູ້ຂະໜາດເຫຼັກທີ່ໃຊ້ ຈະຄິດໄລ່ໄດ້ແນ່ນອນກວ່າ. ນ້ຳໜັກເຫຼັກກ່ອງຕໍ່ແມັດ = (2 × ກວ້າງ + 2 × ສູງ − 4 × ໜາ) × ໜາ × 0.00785 kg (ໜ່ວຍ ມມ.). ຕົວຢ່າງ ເຫຼັກກ່ອງ 50×50 ໜາ 2.3 ມມ. ໜັກປະມານ 3.4 kg ຕໍ່ແມັດ.

ຄິດໄລ່ແບບລະອຽດ ຈາກຂະໜາດເຫຼັກແທ້

ໃສ່ຂະໜາດເຫຼັກກ່ອງ (ກວ້າງ × ສູງ × ໜາ ເປັນ ມມ.), ຈຳນວນທ່ອນ ແລະ ຄວາມຍາວທ່ອນລະ (ແມັດ). ແຖວແຜ່ນເຫຼັກ ໃສ່ພື້ນທີ່ເປັນ ຕາແມັດ.

–
–
–
–
–
ນ້ຳໜັກປະຕູ: –ນ້ຳໜັກທີ່ມໍເຕີຕ້ອງຮັບ–

ວັດໃຫ້ແນ່ນອນ ດ້ວຍຕາຊັ່ງແບບຫ້ອຍ

ສູດຂ້າງເທິງເປັນການປະມານ. ຢູ່ໜ້າງານ ຊ່າງຂອງເຮົາຈະວັດແຮງທີ່ຕ້ອງໃຊ້ດຶງປະຕູແທ້ ດ້ວຍຕາຊັ່ງແບບຫ້ອຍ:

  1. ມັດເຊືອກໃສ່ປະຕູ ແລ້ວຂໍຕາຊັ່ງໃສ່
  2. ດຶງໃນແນວນອນ ຈົນປະຕູເລີ່ມເລື່ອນ ແລ້ວອ່ານຕົວເລກສູງສຸດ
  3. ດຶງທັງທາງເປີດ ແລະ ທາງປິດ, ເອົາຄ່າທີ່ສູງກວ່າ
  • ແຮງດຶງບໍ່ເກີນ 3% ຂອງນ້ຳໜັກທີ່ຄິດໄລ່ໄດ້: ລາງ ແລະ ລໍ້ດີ
  • ແຮງດຶງເກີນ 5%: ລາງຄົດ ຫຼື ລໍ້ເສຍ, ຄວນແກ້ລາງ ຫຼື ປ່ຽນລໍ້ກ່ອນຕິດມໍເຕີ

ຕົວຢ່າງ: ປະຕູຄິດໄລ່ໄດ້ 1,000 kg, ດຶງ 20–30 kg ກໍເລື່ອນ ແມ່ນປົກກະຕິ. ຖ້າຕ້ອງດຶງ 80 kg ຂຶ້ນໄປ ແມ່ນລາງມີບັນຫາ.

ຂໍ້ຄວນຮູ້

  • ປະຕູຊີ່ຖີ່, ເຫຼັກໜາ, ມີລວດລາຍ ຫຼື ແຜ່ນທຶບ ຈະໜັກກວ່າຕາຕະລາງ. ປະຕູແບບນີ້ ຄວນໃຫ້ຊ່າງຄິດໄລ່ຈາກຂະໜາດເຫຼັກແທ້
  • ຕົວເລກນີ້ເປັນການປະມານ. ນ້ຳໜັກແທ້ຂຶ້ນກັບຄວາມໜາຂອງເຫຼັກ ແລະ ລາຍລະອຽດຂອງປະຕູ
  • ຖ້າຜົນອອກມາໃກ້ກັບຂີດຈຳກັດຂອງມໍເຕີ ໃຫ້ເລືອກລຸ້ນທີ່ໃຫຍ່ກວ່າໜຶ່ງຂັ້ນ
  • ກ່ອນຕິດມໍເຕີໃສ່ປະຕູເກົ່າ ຄວນແກ້ລາງ ແລະ ປ່ຽນລໍ້ກ່ອນ. ຈະຫຼຸດນ້ຳໜັກທີ່ມໍເຕີຕ້ອງຮັບ ແລະ ຍືດອາຍຸມໍເຕີ
  • ປະຕູທີ່ມີແຜ່ນທຶບ ຖືກລົມຕີແຮງ. ຖ້າຢູ່ບ່ອນລົມແຮງ ຄວນເລືອກມໍເຕີໃຫຍ່ຂຶ້ນ

ອ່ານເພີ່ມ: ເລືອກມໍເຕີປະຕູເລື່ອນແນວໃດໃຫ້ໃຊ້ໄດ້ດົນ · ເບິ່ງ ຊຸດຕິດຕັ້ງມໍເຕີປະຕູເລື່ອນ 800–2,000 kg ພ້ອມລາຄາ.

ບໍ່ແນ່ໃຈ? ສົ່ງຮູບປະຕູ ພ້ອມຄວາມຍາວ ແລະ ຄວາມສູງ ມາທາງ WhatsApp. ທີມງານຈະຊ່ວຍຄິດໄລ່ ແລະ ແນະນຳມໍເຕີໃຫ້ຟຣີ.

มอเตอร์ประตูที่เล็กเกินไป จะทำงานหนัก ร้อนง่าย และไหม้ก่อนเวลา มอเตอร์ที่ใหญ่เกินไป ก็เสียเงินเกินความจำเป็น ก่อนเลือกมอเตอร์จึงควรรู้น้ำหนักประตูโดยประมาณก่อน

ลองคำนวณประตูของคุณ

คำนวณน้ำหนักประตูของคุณ
น้ำหนักที่มอเตอร์ต้องรับ–

ประตูซี่ถี่หรือเหล็กหนา? ใช้เครื่องคำนวณแบบละเอียด ↓

4 อย่างที่กำหนดน้ำหนัก

  • ความยาวประตู: ยาวขึ้น หนักขึ้น
  • ความสูงประตู: ตัวเลขในตารางคิดจากประตูสูง 2 เมตร
  • วัสดุ: สแตนเลสเบาที่สุด อัลลอยและประตูที่มีไม้หนักที่สุด
  • สภาพรางและล้อ: รางคด ล้อเป็นสนิม หรือลูกปืนแตก ทำให้เข็นหนักกว่าน้ำหนักจริง

น้ำหนักโดยประมาณ ต่อความยาว 1 เมตร (ประตูสูง 2 เมตร)

วัสดุประตูน้ำหนักต่อเมตร
สแตนเลสประมาณ 75 kg
เหล็กกล่องประมาณ 100 kg
สแตนเลส + ไม้ประมาณ 175 kg
เหล็กกล่อง + ไม้ประมาณ 200 kg
อัลลอยประมาณ 225 kg

ถ้าประตูสูงกว่า 2 เมตร ให้คูณเพิ่มตามสัดส่วน เช่น ประตูสูง 3 เมตร คูณเพิ่ม 1.5 (3 ÷ 2)

สูตรคำนวณ

น้ำหนักที่มอเตอร์ต้องรับ = ความยาว × น้ำหนักต่อเมตร × (ความสูง ÷ 2) × ค่าความฝืด

  • ค่าความฝืด 1.25: ประตูใหม่ รางตรง ล้อดี
  • ค่าความฝืด 1.5: ประตูเก่า ใช้มา 3 ปีขึ้นไป หรือรางและล้อไม่ดี

ตัวอย่าง

ประตูการคำนวณผลมอเตอร์ที่เหมาะ
สแตนเลส ยาว 6 ม. สูง 2 ม. ประตูใหม่6 × 75 × 1 × 1.25563 kgชุด 800 kg (BS-C420)
สแตนเลส + ไม้ ยาว 6 ม. สูง 2 ม. ประตูใหม่6 × 175 × 1 × 1.251,313 kgชุด 1,500 kg (BS-IZ 1500)
เหล็กกล่อง + ไม้ ยาว 6 ม. สูง 2 ม. ประตูเก่า6 × 200 × 1 × 1.51,800 kgชุด 2,000 kg

ประตูซี่ถี่หรือเหล็กหนา: คำนวณจากเหล็กจริง

ประตูที่ซี่ถี่และเหล็กหนามักหนักกว่าตาราง ถ้ารู้ขนาดเหล็กที่ใช้ จะคำนวณได้แม่นยำกว่า น้ำหนักเหล็กกล่องต่อเมตร = (2 × กว้าง + 2 × สูง − 4 × หนา) × หนา × 0.00785 kg (หน่วย มม.) เช่น เหล็กกล่อง 50×50 หนา 2.3 มม. หนักประมาณ 3.4 kg ต่อเมตร

คำนวณแบบละเอียด จากขนาดเหล็กจริง

ใส่ขนาดเหล็กกล่อง (กว้าง × สูง × หนา หน่วย มม.) จำนวนท่อน และความยาวต่อท่อน (เมตร) แถวแผ่นเหล็ก ใส่พื้นที่เป็นตารางเมตร

–
–
–
–
–
น้ำหนักประตู: –น้ำหนักที่มอเตอร์ต้องรับ–

วัดให้แม่นยำ ด้วยตาชั่งแบบแขวน

สูตรข้างบนเป็นการประมาณ ที่หน้างาน ช่างของเราจะวัดแรงที่ต้องใช้ดึงประตูจริงด้วยตาชั่งแบบแขวน:

  1. ผูกเชือกกับประตู แล้วเกี่ยวตาชั่ง
  2. ดึงในแนวนอนจนประตูเริ่มเลื่อน แล้วอ่านค่าสูงสุด
  3. ดึงทั้งทางเปิดและทางปิด ใช้ค่าที่สูงกว่า
  • แรงดึงไม่เกิน 3% ของน้ำหนักที่คำนวณได้: รางและล้อดี
  • แรงดึงเกิน 5%: รางคดหรือล้อเสีย ควรแก้รางหรือเปลี่ยนล้อก่อนติดมอเตอร์

ตัวอย่าง: ประตูคำนวณได้ 1,000 kg ดึง 20–30 kg ก็เลื่อน ถือว่าปกติ ถ้าต้องดึง 80 kg ขึ้นไป แสดงว่ารางมีปัญหา

ข้อควรรู้

  • ประตูซี่ถี่ เหล็กหนา มีลวดลาย หรือแผ่นทึบ จะหนักกว่าตาราง ประตูแบบนี้ควรให้ช่างคำนวณจากขนาดเหล็กจริง
  • ตัวเลขนี้เป็นการประมาณ น้ำหนักจริงขึ้นอยู่กับความหนาของเหล็กและรายละเอียดของประตู
  • ถ้าผลออกมาใกล้ขีดจำกัดของมอเตอร์ ให้เลือกรุ่นที่ใหญ่กว่าหนึ่งขั้น
  • ก่อนติดมอเตอร์กับประตูเก่า ควรแก้รางและเปลี่ยนล้อก่อน จะลดน้ำหนักที่มอเตอร์ต้องรับและยืดอายุมอเตอร์
  • ประตูแบบทึบโดนลมแรง ถ้าอยู่ในที่ลมแรงควรเลือกมอเตอร์ใหญ่ขึ้น

อ่านเพิ่ม: เลือกมอเตอร์ประตูเลื่อนอย่างไรให้ใช้งานได้นาน · ดู ชุดติดตั้งมอเตอร์ประตูเลื่อน 800–2,000 kg พร้อมราคา

ไม่แน่ใจ? ส่งรูปประตูพร้อมความยาวและความสูงมาทาง WhatsApp ทีมงานจะช่วยคำนวณและแนะนำมอเตอร์ให้ฟรี

A motor that is too small for the gate works too hard, overheats and burns out early. One that is too big costs more than it needs to. So before choosing a motor, it pays to know roughly how heavy the gate is.

Try it on your gate

Calculate your gate weight
Load the motor must handle–

Dense bars or thick steel? Use the detailed calculator ↓

Four things that decide the load

  • Gate length: longer means heavier
  • Gate height: the table below assumes a 2 m high gate
  • Material: stainless steel is lightest; cast alloy and gates with timber are heaviest
  • Track and wheels: a bent track, rusty wheels or broken bearings make the gate harder to push than its weight alone

Approximate weight per metre of length (2 m high gate)

Gate materialWeight per metre
Stainless steelabout 75 kg
Box-section steelabout 100 kg
Stainless + woodabout 175 kg
Box steel + woodabout 200 kg
Cast alloyabout 225 kg

If the gate is taller than 2 m, scale up in proportion. A 3 m gate, for example, is multiplied by 1.5 (3 ÷ 2).

The formula

Load on the motor = length × weight per metre × (height ÷ 2) × friction factor

  • Friction factor 1.25: new gate, straight track, good wheels
  • Friction factor 1.5: gate 3+ years old, or worn track and wheels

Examples

GateCalculationResultSuitable motor
Stainless, 6 m long, 2 m high, new6 × 75 × 1 × 1.25563 kg800 kg kit (BS-C420)
Stainless + wood, 6 m long, 2 m high, new6 × 175 × 1 × 1.251,313 kg1,500 kg kit (BS-IZ 1500)
Box steel + wood, 6 m long, 2 m high, old6 × 200 × 1 × 1.51,800 kg2,000 kg kit

Dense or heavy-gauge gates: calculate from the actual steel

Gates with closely spaced bars and thick steel are often heavier than the table. If you know the steel sizes, you can calculate the weight precisely. Box-section weight per metre = (2 × width + 2 × height − 4 × thickness) × thickness × 0.00785 kg (all in mm). For example, 50×50 box steel 2.3 mm thick weighs about 3.4 kg per metre.

Detailed calculation from the actual steel

Enter each box-section size (width × height × thickness in mm), the number of pieces and the length of each piece (m). For the sheet row, enter the area in square metres.

–
–
–
–
–
Gate weight: –Load the motor must handle–

Measure it properly with a hanging scale

The formula above is an estimate. On site, our technicians measure the real force needed to pull the gate with a hanging scale:

  1. Tie a rope to the gate and hook the scale onto it
  2. Pull horizontally until the gate starts to move, and read the highest value
  3. Pull in both the opening and closing direction and use the higher reading
  • Pull force up to 3% of the calculated weight: the track and wheels are fine
  • Pull force above 5%: the track is bent or the wheels are worn; fix them before fitting a motor

Example: a gate calculated at 1,000 kg that moves with a 20–30 kg pull is normal. If it takes 80 kg or more, the track has a problem.

Good to know

  • Gates with closely spaced bars, thick steel, decorative work or solid panels are heavier than the table. For these, have a technician calculate from the actual steel sections
  • These are estimates. Real weight depends on the steel thickness and design of the gate
  • If the result is close to a motor's limit, go one size up
  • Before fitting a motor to an old gate, fix the track and replace worn wheels. It lowers the load and extends the motor's life
  • Solid gates catch the wind. In windy spots, choose a larger motor

Read more: How to choose a sliding gate motor that lasts · See our sliding gate motor kits from 800 to 2,000 kg with prices.

Not sure? Send a photo of your gate with its length and height on WhatsApp. Our team will work it out and recommend a motor for free.

ຢາກໃຫ້ທີມງານໄປສຳຫຼວດໜ້າງານ ຫຼື ຂໍຄຳປຶກສາຟຣີ?อยากให้ทีมงานไปสำรวจหน้างานหรือขอคำปรึกษาฟรี?Want a site survey or free advice?ສົ່ງຂໍ້ຄວາມຫາເຮົາທາງ WhatsApp ຫຼື ຂໍໃບສະເໜີລາຄາຈາກໜ້າຫຼັກ.ส่งข้อความหาเราทาง WhatsApp หรือขอใบเสนอราคาจากหน้าหลักMessage us on WhatsApp or request a quote from the home page.WhatsApp 020 7722 5566ຂໍໃບສະເໜີລາຄາขอใบเสนอราคาRequest a quote